ມີບົດເພງເປັນ 100 ບອກວ່າອົກຮັກບໍ່ເຖິງກັບຕາຍ
ເຮົາຕ້ອງຢູ່ໃຫ້ໄດ້ ພຽງແຄ່ຕັດໃຈໄປຫາຄົນໃໝ່
ຄົນທີ່ບອກແບບນັ້ນ ບໍ່ໜ້າຈະເຄີຍຮັກໃຜແທ້…
ຄວາມຮັກ ມັນກ່ຽວໂດຍຕົງກັບຫົວໃຈ
ຄົງເປັນເລື່ອງທຳມະດາ ຖ້າຂ້ອຍຕ້ອງນັ່ງຮ້ອງໄຫ້
ນີ້ຄືຊ່ວງຊີວິດ ທີ່ອັນຕະລາຍ…ທີ່ສຸດ
ບໍ່ເຄີຍຄິດເລີຍ ວ່າຈະເຈັບຂະໜາດນີ້
ຕໍ່ໃຫ້ຖືກຍິງ ຄົງບໍ່ເຈັບປວດໄດ້ເທົ່ານີ້
ທຸກຄວາມຊົງຈຳທີ່ເຄີຍດີ ຄວາມຮູ້ສຶກດີໆທີ່ເຄີຍມີ
ປ່ຽນໄປໝົດແລ້ວ ນັບຈາກວັນນັ້ນທີ່ເຈົ້າໜີໄປ
ຄວາມເຊື່ອໃຈ ທີ່ຂ້ອຍໃຫ້ເຈົ້າໃຊ້ຜິດວິທີ
ກົດເກນຄວາມຮັກ ບໍ່ມີຖືກຜິດຊົ່ວຫຼືດີ
ທັ້ງທີ່ເຈົ້າທຳຮາຍ ເກືອບຕາຍ
ແຕ່ເປັນຫຍັງ ຍັງຮັກແລະຫວັງດີ
ຫຼາຍຄຳຖາມ ຢູ່ໃນຫົວພາຍໃນຕົວບໍ່ສາມາດຂ້າຂ້ອຍຄືແຜຢູ່ໃນໃຈ
ເຈັບກວ່າການຈາກລາ ກໍຄືກັບໄປບໍ່ໄດ້ອີກແລ້ວ
ຮອຍຍິ້ມສົດໃສ ມັນຄົງບໍ່ມີອີກແລ້ວ
ນັ່ງດື່ມຄົນດຽວ ມັນກໍຄົງໝົດແກ້ວ
ເຫັນພາບເຄືອນໄຫວ ຂອງເຈົ້າກັບຄືນມາອີກແລ້ວ
ເຄີຍໃຫ້ໝົດໃຈ ແຕ່ເຈົ້າພັດໝົດຮັກ
ມາຮອດຕອນນີ້ ຂ້ອຍກໍເລີຍຈົມປັກ
ພະຍາຍາມ move on ແຕ່ພາບເຈົ້າເລີ່ມຊັດ
ມັນຄົງຈາກໄກ ແລະບໍ່ມີວັນຫວນກັບ
ຈົນນ້ຳຕາໄຫຼ ເໝືອນດັງກັບສາຍຝົນ
ມັນເຈັບປວດເກີນ ບໍ່ອາດຢັ້ງນ້ຳຕາໄຫຼລົງ
ມັນຄົງບໍ່ຕ່າງກັນ ທີ່ຂ້ອຍນັ້ນອ້າງວ້າງ
ຢື່ນຢູ່ຖາມກາງ ຢາດນ້ຳຕາຝົນ
ມັນຄົງບໍ່ແປກ ທີ່ເຈົ້າຈະຂ້ອຍຖິ້ມໄປ
ເພາະຄວາມຄິດເຖິງ ມັນບໍ່ໄດ້ກິນໃຈ
ພະຍາຍາມເທົ່າໃດ ເຈົ້າເປັນຄົນຖິ້ມໃຈ
ຝືນຢື້ເທົ່າໃດ ເຈົ້າໜ້າຈະບໍ່ປຽນໃຈ
ເຈັບປວດແບບນີ້ ຈົນໄປຮອດມື້ໃດ
ຖ້າຂ້ອຍຈົມຢູ່ ມັນຄົງໄປບໍ່ໄຫວ
ເໝືອນກັບດຳນ້ຳ ແລ້ວຕ້ອງກັ້ນຫາຍໃຈ
ຮອດຕອນນີ້ແລ້ວ ຂ້ອຍກໍຄວນຈະຂາດໃຈ..
ຍັງຄິດທົບທວນ ກັບໄປເລື່ອງເກົ່າໆ
ຕອນທີ່ສອງເຮົາ ຍັງຄົງມີຄວາມສຸກ
ເຮັດດີເທົ່າໃດ ມັນກໍຄົງຈະນ້ຳເໜົ່າ
ເພາະຄວາມຮັກຂ້ອຍ ມັນເໝືອນກັບຕິດຄຸກ
ບໍ່ເຄີຍຄິດເລີຍ ວ່າຈະເຈັບຂະໜາດນີ້
ຕໍ່ໃຫ້ຖືກຍິງ ຄົງບໍ່ເຈັບປວດໄດ້ເທົ່ານີ້
ທຸກຄວາມຊົງຈຳທີ່ເຄີຍດີ ຄວາມຮູ້ສຶກດີໆທີ່ເຄີຍມີ
ປ່ຽນໄປໝົດແລ້ວ ນັບຈາກວັນນັ້ນທີ່ເຈົ້າໜີໄປ
ຄວາມເຊື່ອໃຈ ທີ່ຂ້ອຍໃຫ້ເຈົ້າໃຊ້ຜິດວິທີ
ກົດເກນຄວາມຮັກ ບໍ່ມີຖືກຜິດຊົ່ວຫຼືດີ
ທັ້ງທີ່ເຈົ້າທຳຮາຍ ເກືອບຕາຍ
ແຕ່ເປັນຫຍັງ ຍັງຮັກແລະຫວັງດີ
ຫຼາຍຄຳຖາມ ຢູ່ໃນຫົວພາຍໃນຕົວບໍ່ສາມາດຂ້າຂ້ອຍຄືແຜຢູ່ໃນໃຈ
ເຈັບປວດແບບນີ້ ຈົນໄປຮອດມື້ໃດ
ຖ້າຂ້ອຍຈົມຢູ່ ມັນຄົງໄປບໍ່ໄຫວ
ເໝືອນກັບດຳນ້ຳ ແລ້ວຕ້ອງກັ້ນຫາຍໃຈ
ຮອດຕອນນີ້ແລ້ວ ຂ້ອຍກໍຄວນຈະຂາດໃຈ..
ຍັງຄິດທົບທວນ ກັບໄປເລື່ອງເກົ່າໆ
ຕອນທີ່ສອງເຮົາ ຍັງຄົງມີຄວາມສຸກ
ເຮັດດີເທົ່າໃດ ມັນກໍຄົງຈະນ້ຳເໜົ່າ
ເພາະຄວາມຮັກຂ້ອຍ ມັນເໝືອນກັບຕິດຄຸກ
ຄົນທີເຂົາໝົດຮັກ ຈະມີອາວຸດລັບຂື້ນມາທຸກທີ
ມັນໃຊ້ພຽງເພື່ອທຳຮ້າຍ ຄົນທີ່ຍັງຮັກແລະທຳລະມານຢູ່ກັບທີ່
ແລະເຈົ້າອາດບໍ່ຮູ້ດີ ວ່າເຈົ້າກຳລັງທຳຮ້າຍ…
ຊີວິດຜູ້ຊາຍ..ຄົນນີ້