ມີບົດເພງເປັນ 100 ບອກວ່າອົກຮັກບໍ່ເຖິງກັບຕາຍ
ເຮົາຕ້ອງຢູ່ໃຫ້ໄດ້ ພຽງແຄ່ຕັດໃຈໄປຫາຄົນໃໝ່
ຄົນທີ່ບອກແບບນັ້ນ ບໍ່ໜ້າຈະເຄີຍຮັກໃຜແທ້…
ຄວາມຮັກ ມັນກ່ຽວໂດຍຕົງກັບຫົວໃຈ
ຄົງເປັນເລື່ອງທຳມະດາ ຖ້າຂ້ອຍຕ້ອງນັ່ງຮ້ອງໄຫ້
ນີ້ຄືຊ່ວງຊີວິດ ທີ່ອັນຕະລາຍ…ທີ່ສຸດ
ບໍ່ເຄີຍຄິດເລີຍ ວ່າຈະເຈັບຂະໜາດນີ້
ຕໍ່ໃຫ້ຖືກຍິງ ຄົງບໍ່ເຈັບປວດໄດ້ເທົ່ານີ້
ທຸກຄວາມຊົງຈຳທີ່ເຄີຍດີ ຄວາມຮູ້ສຶກດີໆທີ່ເຄີຍມີ
ປ່ຽນໄປໝົດແລ້ວ ນັບຈາກວັນນັ້ນທີ່ເຈົ້າໜີໄປ
ຄວາມເຊື່ອໃຈ ທີ່ຂ້ອຍໃຫ້ເຈົ້າໃຊ້ຜິດວິທີ
ກົດເກນຄວາມຮັກ ບໍ່ມີຖືກຜິດຊົ່ວຫຼືດີ
ທັ້ງທີ່ເຈົ້າທຳຮາຍ ເກືອບຕາຍ
ແຕ່ເປັນຫຍັງ ຍັງຮັກແລະຫວັງດີ
ຫຼາຍຄຳຖາມ ຢູ່ໃນຫົວແຜໃນຕົວບໍ່ສາມາດຂ້າຂ້ອຍຄືແຜຢູ່ໃນໃຈ
ເວົ້າດ້ວຍເລື່ອງຄວາມມີຮັກ ຂ້ອຍທຸ້ມເທຈົນໝົດໃຈ
ຊ່ວຍທຸກຢ່າງທັງໝົດ ທີ່ຂ້ອຍເຮັດໄດ້
ຍ້ອນກັບມາຄິດ ກັບທຸກຢ່າງທີ່ເສຍໄປ
ມັນໄດ້ກາຍເປັນ ສິ່ງທີ່ໂງ່ທີ່ສຸດທີ່ຂ້ອຍເຄີຍເຮັດໄວ້
ຂ້ອຍເອງທີ່ພາດ
ຫຼົງກົນເຈົ້າຈົນໄດ້
ອາວຸດລັບທີ່ຂ້າ
ເຈົ້າເກັບໄວ້ຕອນສຸດທ້າຍ
ແທງໃສ່ເອິກເບື້ອງຊ້າຍ
ສຽບຈົນຮອດຫົວໃຈ
ດ່າໃນຕອນສຸດທ້າຍ
ປະໃຫ້ແຊ່ນ້ຳເກືອຈົນຂາດໃຈ
ຄຳວ່າຮັກທີ່ເຈົ້າບອກຂ້ອຍມັນລວງຫຼອກ
ກອດທີ່ຂ້ອຍເຄີຍໄດ້ເຈົ້າຈັດສາກ
ຈູມທີ່ເຮົາເຄີຍແລກມັນຈອມປອມ
ເຈົ້າໝົດໃຈຈາກຂ້ອຍແຕ່ດົນ ແຕ່ເປັນຫຍັງຫາກໍຄິດພໍ້
ຮອຍຈູບທີ່ຄໍ
ຈ້ຳປະທັບໃສ່ໂຕ
ມີດທີ່ຫຼອມຈົນຮ້ອນ
ຝົນຈົນວ່າມັນຄົມ
ກ່ອງຂອງຂັວນທີ່ ຫໍ່
ເຜົາເປັນຝຸ່ນເປັນຜົງ
ໝອນທີ່ຂ້ອຍເຄີຍກອດ
ເຈົ້າຍັງເຜົາມັນລົງ
ຢາກເລີກກັນຫຼາຍຫວະ ດຽວຂ້ອຍຊິໄປ
ຖ້າຍັງເປັນແບບນີ້ ມັນເຈັບໄດ
ເຄີຍຮັກກັນຫຼາຍຊ່ຳໃດ ຄົງຈື່ບໍ່ໄດ້
ຢາກໄດ້ມັນຫຼາຍຫວະຄວາມຮັກ ດຽວທານໃຫ້
ເຄີຍໃຈດີສູ້ເສຶອ
ແຕ່ຖືກເສຶອມັນກິນ
ໄວ້ໃຈຄົນໃກ້ຕົວ
ໝົດປະໂຫຍດກາຕາຍຖິ້ມລ້າ
ເອົາຂ້ອຍໄປຕາຍບ່ອນອື່ນສະ
ເຈັບປວດແບບນີ້ ຈົນໄປຮອດມື້ໃດ
ຖ້າຂ້ອຍຈົມຢູ່ ມັນຄົງໄປບໍ່ໄຫວ
ເໝືອນກັບດຳນ້ຳ ແລ້ວຕ້ອງກັ້ນຫາຍໃຈ
ຮອດຕອນນີ້ແລ້ວ ຂ້ອຍກໍຄວນຈະຂາດໃຈ..
ຍັງຄິດທົບທວນ ກັບໄປເລື່ອງເກົ່າໆ
ຕອນທີ່ສອງເຮົາ ຍັງຄົງມີຄວາມສຸກ
ເຮັດດີເທົ່າໃດ ມັນກໍຄົງຈະນ້ຳເໜົ່າ
ເພາະຄວາມຮັກຂ້ອຍ ມັນເໝືອນກັບຕິດຄຸກ
ບໍ່ເຄີຍຄິດເລີຍ ວ່າຈະເຈັບຂະໜາດນີ້
ຕໍ່ໃຫ້ຖືກຍິງ ຄົງບໍ່ເຈັບປວດໄດ້ເທົ່ານີ້
ທຸກຄວາມຊົງຈຳທີ່ເຄີຍດີ ຄວາມຮູ້ສຶກດີໆທີ່ເຄີຍມີ
ປ່ຽນໄປໝົດແລ້ວ ນັບຈາກວັນນັ້ນທີ່ເຈົ້າໜີໄປ
ຄວາມເຊື່ອໃຈ ທີ່ຂ້ອຍໃຫ້ເຈົ້າໃຊ້ຜິດວິທີ
ກົດເກນຄວາມຮັກ ບໍ່ມີຖືກຜິດຊົ່ວຫຼືດີ
ທັ້ງທີ່ເຈົ້າທຳຮາຍ ເກືອບຕາຍ
ແຕ່ເປັນຫຍັງ ຍັງຮັກແລະຫວັງດີ
ຫຼາຍຄຳຖາມ ຢູ່ໃນຫົວພາຍໃນຕົວບໍ່ສາມາດຂ້າຂ້ອຍຄືແຜຢູ່ໃນໃຈ
ເຈັບປວດແບບນີ້ ຈົນໄປຮອດມື້ໃດ
ຖ້າຂ້ອຍຈົມຢູ່ ມັນຄົງໄປບໍ່ໄຫວ
ເໝືອນກັບດຳນ້ຳ ແລ້ວຕ້ອງກັ້ນຫາຍໃຈ
ຮອດຕອນນີ້ແລ້ວ ຂ້ອຍກໍຄວນຈະຂາດໃຈ..
ຍັງຄິດທົບທວນ ກັບໄປເລື່ອງເກົ່າໆ
ຕອນທີ່ສອງເຮົາ ຍັງຄົງມີຄວາມສຸກ
ເຮັດດີເທົ່າໃດ ມັນກໍຄົງຈະນ້ຳເໜົ່າ
ເພາະຄວາມຮັກຂ້ອຍ ມັນເໝືອນກັບຕິດຄຸກ
ຄົນທີເຂົາໝົດຮັກ ຈະມີອາວຸດລັບຂື້ນມາທຸກທີ
ມັນໃຊ້ພຽງເພື່ອທຳຮ້າຍ ຄົນທີ່ຍັງຮັກແລະທຳລະມານຢູ່ກັບທີ່
ແລະເຈົ້າອາດບໍ່ຮູ້ດີ ວ່າເຈົ້າກຳລັງທຳຮ້າຍ…
ຊີວິດຜູ້ຊາຍ..ຄົນນີ້